วันพุธที่ 28 ตุลาคม พ.ศ. 2552

ລັກຂອງເພິ່ນ ມາເປັນຂອງຕົນ ມັນຜິດກົດໝາຍ


ການຊອກຢູ່ຫາກິນດ້ວຍສະຕິປັນຍາ ເຫື່ອແຮງ ເພື່ອນຳມາລ້ຽງປາກທ້ອງໃຫ້ມີຊີວິດຢູ່ລອດນັ້ນ ມັນແມ່ນວິຖີຊີວິດທີ່ດີຂອງຄົນໃນສັງຄົມ ກົງກັນ ຂ້າມ ຄົນເຮົາຫາກໄປຊອກຢູ່ຫາກິນໂດຍບໍ່ຄຳນຶງເຖິງຄວາມຜິດ-ຄວາມຖືກ ຈົນລົງມືລັກເອົາຂອງຄົນອື່ນເພື່ອຂາຍເປັນເງິນ-ຄຳມາໃຊ້ຈ່າຍລ້ຽງ ປາກທ້ອງຂອງຕົນເອງ ນັ້ນກໍນັບວ່າເປັນສິ່ງທີ່ບໍ່ຄວນກະທຳ ເພາະວ່າການກະທຳລັກສະນະນີ້ ນອກຈາກຈະສ້າງຄວາມເສຍຫາຍໃຫ້ເຈົ້າຂອງ ຊັບແລ້ວ ຍັງສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມນຳອີກ ດັ່ງກໍລະນີທ້າວ ຄຳພອນ (ລ້ານ) ອາຍຸ 32 ປີ ປະຊາຊົນບ້ານດອນເງິນ ເມືອງ ໄຊຍະບູລີ ທ້າວ ໂຕ ອາຍຸ 30 ປີ ປະຊາຊົນບ້ານໂພນສະອາດ ເມືອງໄຊຍະບູລີ ແລະ ທ້າວ ຄຳແພງ ອາຍຸ 25 ປີ ປະຊາຊົນບ້ານສີເມືອງ ເມືອງ ແລະ ແຂວງໄຊຍະບູລີ ເຊິ່ງຜູ້ຕ້ອງຫາ 3 ຄົນນີ້ ຖືກເຈົ້າໜ້າທີ່ສືບສວນ-ສອບສວນຄະດີອາຍາເສດຖະກິດ ປກສ ເມືອງໄຊຍະບູລີ ກັກຕົວເມື່ອວັນທີ 11-12 ແລະ 14 ສິງຫາ 2009 ໃນຂໍ້ຫາລັກຊັບພົນລະເມືອງ (ລັກຄວາຍ 1 ໂຕ).

ຜ່ານການສອບປາກຄຳຜູ້ຕ້ອງຫາທັງ 3 ໄດ້ຮັບສາລະພາບວ່າ: ໃນໄລຍະທ້າຍເດືອນກໍລະກົດ 2009 ຜ່ານມາ ພວກກ່ຽວທັງສາມ ໃນຖານະ ທີ່ເປັນຄົນສະໜິດ ເຄີຍຮ່ວມການຮ່ວມງານນຳກັນມາກ່ອນ ຈະກະທຳສິ່ງໃດສິ່ງໜຶ່ງກໍຕ້ອງໄດ້ປຶກສາຫາລືກັນ ໃນສະພາບຄອບຄົວຂອງແຕ່ລະ ຄົນຕ່າງກໍມີຄວາມຫຍຸ້ງຍາກຂາດເຂີນ ທັງສາມຄົນຈຶ່ງໄດ້ປຶກສາຫາລືວາງແຜນ ແລະ ຕົກລົງເຫັນດີເປັນເອກະພາບກັນ ໄປຊອກຫາລັກ ຄວາຍ ຂ້າເອົາຊີ້ນໄປຂາຍ ເພື່ອຫາເງິນມາໃຊ້ຈ່າຍລ້ຽງປາກ-ທ້ອງ ໂດຍແບ່ງງານໃຫ້ແຕ່ລະຄົນກະກຽມອຸປະກອນ ມີດຜູ້ລະດວງ ເປົາຜູ້ລະ ໜ່ວຍ ແລະ ຂວານ 1 ດວງ ເຊິ່ງໄດ້ນັດໝາຍໃຫ້ທ້າວ ຄຳພອນ ລໍຖ້າຢູ່ເຮືອນ ສ່ວນທ້າວ ໂຕ ແລະ ທ້າວ ຄຳແພງ ແມ່ນເຕົ້າໂຮມກັນຢູ່ ເຮືອນທ້າວ ຄຳແພງ ພໍຮອດວັນທີ 4 ສິງຫາ 2009 ປະມານ 19:30 ໂມງ ພວກກ່ຽວກໍລົງຈາກເຮືອນໄປຫາຈຸດນັດພົບກັນ ຢູ່ທາງ 3 ແຍກ ບ້ານສີເມືອງ ເຂດເຮືອນຂອງທ້າວ ຄຳແພງ ເມື່ອໄດ້ໂອກາດທີ່ເໝາະສົມ ພວກກ່ຽວກໍພາກັນຍ່າງມຸ້ງໜ້າເຂົ້າທົ່ງນາ-ເຂົ້າໃນປ່າ ເພື່ອເລາະ ຊອກຫາຄວາຍທີ່ແຫຼ່ງຢູ່ໂດດດ່ຽວຫ່າງໄກຈາກສາຍຕາຄົນ ແລະ ກໍສັງເກດເຫັນຄວາຍ 10 ໂຕ ແຫຼ່ງຢູ່ທາງດ້ານຫຼັງສຳນັກງານບໍລິສັດພູສີກໍ່ ສ້າງ ບັງເອີນໃນຄືນນັ້ນເດືອນແຈ້ງ  ພວກກ່ຽວຈະລົງລັກ ແຕ່ຢ້ານຄົນມາພົບພໍ້ ຈຶ່ງເຮັດໃຫ້ແຜນການຂອງພວກກ່ຽວໃນຄັ້ງນີ້ບໍ່ປະສົບຜົນສຳ ເລັດ ແລ້ວກໍພາກັນຍ່າງກັບມາເຮືອນ ໃນເວລາ 24 ໂມງຂອງຄືນນັ້ນ.

ຕໍ່ມາຮອດວັນທີ 7 ສິງຫາ 2009 ພວກກ່ຽວທັງສາມ ຈຶ່ງໄດ້ກັບມານັດພົບກັນອີກເປັນຄັ້ງທີສອງ ໂດຍປະຕິບັດຕາມແຜນເດີມທີ່ກະກຽມໄວ້ ແຕ່ປ່ຽນທິດເດີນໄປທາງຫ້ວຍສະແງມ ເຂດທາງດ້ານຫຼັງໂຮງຮຽນມັດທະຍົມສົມບູນເມືອງໄຊຍະບູລີ ໂດຍໃຊ້ລົດຈັກຂອງທ້າວ ຄຳພອນ ແລະ ທ້າວ ໂຕ ເປັນພາຫະນະ ພໍເດີນທາງອອກຈາກບ້ານໄປເຖິງຈຸດໝາຍ ພວກກ່ຽວໄດ້ນຳເອົາລົດຈັກໄປຊຸກເຊື່ອງໄວ້ໃນປ່າຂ້າງສວນຂອງທ່ານ ພຸດທະຫວິນ ແລ້ວກໍພາກັນຍ່າງເລາະຊອກຫາຄວາຍ ໂດຍແມ່ນທ້າວ ຄຳພອນ ເປັນຜູ້ນຳໜ້າ ແລະ ໃນທີ່ສຸດກໍພົບເຫັນຄວາຍ 4 ໂຕ ແຫຼ່ງຢູ່ໂຄກແຄມໜອງປາ ລ້ອງຫ້ວຍສຶກສາກ ເຊິ່ງລໍເວລາຮອດ 21 ໂມງ ພວກກ່ຽວຈຶ່ງໄດ້ລັກເອົາຄວາຍແມ່ໃຫຍ່ 1 ໂຕ ໂດຍແມ່ນທ້າວ ໂຕ ເປັນຜູ້ຈູງ ທ້າວ ແພງ ເປັນຄົນໄລ່ຕາມຫຼັງ ແລະ ທ້າວ ຄຳພອນ ເປັນຜູ້ນຳພາເອົາຄວາຍໄປຂ້າຢູ່ຖຽງສວນຂອງທ່ານ ພຸດທະຫວິນ ປາດເອົາແຕ່ຊີ້ນ ແລະ ຕັບ ໄດ້ 2 ເປົາ ແລ້ວກໍພາກັນຂີ່ລົດກັບບ້ານ ຕອນເຊົ້າຂອງມື້ຕໍ່ມາ ພວກກ່ຽວກໍໄດ້ນຳເອົາຊີ້ນໄປຂາຍໃຫ້ທ້າວ ແດງ ບ້ານນ້ຳພອນ ເມືອງພຽງ ສັ່ງໄດ້ 43 ກິໂລກຼາມ ເປັນເງິນ 600.000 ກີບ ຫຼັງຈາກໄດ້ເງິນມາ ພວກກ່ຽວກໍແບ່ງປັນກັນໃຊ້ຈ່າຍ.

ພາຍຫຼັງໄດ້ຮັບແຈ້ງຄວາມຈາກເຈົ້າຂອງສັດຜູ້ຖືກເສຍຫາຍ ທາງເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ຮີບຮ້ອນລົງກວດກາ ແລະ ສັນລະສູດສະຖານທີ່ ເກີດເຫດ ພ້ອມທັງຄັດຈ້ອນບັນດາເປົ້າໝາຍທີ່ຕ້ອງສົງໄສ ໃນທີ່ສຸດໃຊ້ເວລາພຽງ 4 ວັນ ກໍສາມາດນຳເອົາຜູ້ກະທຳຜິດມາດຳເນີນຄະດີ ຕາມ ລະບຽບກົດໝາຍ ເຊິ່ງກ່ອນໜ້ານີ້ ທ້າວ ຄຳພອນ ເຄີຍເປັນຜູ້ຕ້ອງໂທດມາແລ້ວ 1 ຄັ້ງ ໃນຂໍ້ຫາລັກຊັບພົນລະເມືອງ (ລັກລົດຈັກ 1 ຄັນ) ເມື່ອປີ 2000 ຖືກສານຕັດສິນ 1 ປີ 6 ເດືອນ.

วันอาทิตย์ที่ 19 กรกฎาคม พ.ศ. 2552

ນິຍາມຄວາມຮັກ ຂອງມັກຫຼີ້ນ Computer

ຮັກ...ຄືກັນກັບ Online ບາງເທື່ອກໍ່ busy ບາງເທື່ອກໍ່ easy

ຮັກ...ຄືກັນກັບຂຽນ Java Script ທີ່ລະອຽດອ່ອນ ຜິດໜ້ອຍໜື່ງກໍວ່າ Error

ຮັກ...ຄຶກັນກັບ P-II ຫາກບໍ່ປັບໃຊ້ m/b ແບບ Slot-One ຄົງຈະເຂົ້າກັບເຈົ້າບໍ່ໄດ້

ຮັກ...ຄືກັນກັບ Ink-jet printer ເປືອງນ້ຳມຶກແລະເພໄວ ຄືວ່າຮັກນີ້ບໍ່ໝັ້ນຄົງ

ຮັກ...ຄືກັນກັບ "not enough memory" ເຖິງວ່າຈະເຮັດທຸກຢ່າງເພື່ອເຈົ້າ ແຕ່ກໍ່ຍັງບໍ່ພໍ

ຮັກ...ຄືກັນກັບ handy scanner...ຄົງຈະບໍ່ສາມາດສະແກນຫົວໃຈ A4 ຂອງເຈົ້າໄດ້

ຮັກ...ຄືກັນກັບ 4.5 MOD 3 ຫານກັນບໍ່ໄດ້ ເພາະເຮົາບໍ່ເຂົ້າໃຈກັນ

ຮັກ...ຄືກັນກັບ Compile..Error!! ເຈົ້າບໍ່ເຄີຍເຂົ້າໃຈ ແລະ ຕອບສະໜອງ

ຮັກ...ຄືກັນກັບ Sub-Directories ມີເພື່ອໄວ້ຫຼາຍ ຈົນຂ້ອຍຫາ file ຫົວໃຈຂອງເຈົ້າບໍ່ພົບ

ຮັກ...ຄືກັນກັບ Power Supply ທີ່ໄປລ້ຽງຫົວໃຈຂອງເຈົ້າໃຫ້ພຽງພໍ

ຮັກ...ຄືກັນກັບ ພັດລົມລະບາຍຄວາມຮ້ອນ ທີ່ໄວ້ພັດໃຫ້ເຈົ້າເຢັນໃຈ

ຮັກ...ຄືກັນກັບ UPS ເຖິງວ່າຈະເກີດຫຍັງຂື້ນ ໃຈຂ້ອຍຍັງໝັ້ນຄົງທີ່ຈະຈ່າຍໄຟ ເພື່ອມີເວລາ Save ຫົວໃຈ

ຮັກ...ຄືກັນກັບສຽງ Modem ຕອນ connect ຕິດ ຈັງແມ່ນສຸກໃຈເມືອ່ໄດ້ຍີນສຽງເຈົ້າ

ຮັກ...ຄືກັນກັບ Microsoft Windows ພ້ອມຈະພັງທະລາຍໂດຍບໍ່ມີມູນເຫດມາກ່ອນ

ຮັກ...ຄືກັນກັບ ອາການ Access Violation ບໍ່ຍອມບອກເຫດຜົນ ແລະບໍ່ຍອມໃຫ້ແກ້ຕົວ

ຮັກ...ຄືກັນກັບ ภาษา Assembly ເຮັດເພື່ອເຈົ້!ຢ່າງຢາກລຳປາກ ແຕ່ຜົນໄດ້ຮັບນັ້ນຊ່າງໜ້ອຍເຫຼືອເກີນ

ຮັກ...ຄືກັນກັບ Microsoft Mouse ຄົງທົນ ແລະ ໝັ້ນຄົງ

ຮັກ...ຄືກັນກັບ Light Pen ມັກບໍ່ເຂົ້າກັນງ່າຍໆ

ຮັກ...ຄືກັນກັບສາຍ Lan Coaxial ຕ້ອງຮັກສາໄວ້ໃຫ້ດີບໍ່ໃຫ້ລຸດໄປ

ຮັກ...ຄືກັນກັບ printer Epson FX800 ພຽງຄູ່ດຽວກໍ່ຮ້ອນແຮງ (ຫົວພິມໄໝ້)

ຮັກ...ຄືກັນກັບ "file corrupted" ຢູ່ດີໆເຈົ້າກໍ່ປ່ຽນໄປ

ຮັກ...ຄືກັນກັບ Harddisk ຖ້າຕິດ Virus(HIV) ຈະຕ້ອງ format ໃໝ່ຢ່າງດຽວ

ຮັກ...ຄືກັນກັບ RAM ຂາດໄຟລ້ຽງ ໜ່ວຍຄວາມຈຳກໍ່ຖືກລືບ